Close Menu
  • Home
  • Android
    • News
    • Tips
  • Apple
    • iPad
      • News
      • Tips
    • iPhone
      • News
      • Tips
  • WINDOWS
    • News
    • Tips
  • Gaming
    • Game Review
    • PlayStation
    • Nintendo
    • Xbox & PC
    • Mobile
  • Gadget Reviews
    • Accessories
    • Devices
  • Wearable
  • EV Car
  • Miscellaneous
    • News
    • Tips
  • Tips and Tricks
  • Video
  • Cooky Policies
  • ติดต่อโฆษณา
แอพดิสคัสแอพดิสคัส
  • Home
  • Android
    • Tips & Tricks
  • Apple
    • Tips & Tricks
  • Windows
    • Tips & Tricks
  • Gaming
    • Game Review
    • In Spotlight
    • PlayStation
    • Xbox & PC
    • Nintendo
    • Mobile Games
  • Reviews
    • Mobiles & Tablets
    • Game Review
    • Accessories
  • EV Car
  • Miscellaneous
แอพดิสคัสแอพดิสคัส
คุณกำลังอ่าน :Home » Mobile and Gadget » Devices » ຣີວິວ Samsung Galaxy A5 (2016) ແລະ Samsung Galaxy A7 (2016) ຍົກລະດັບຄວາມພຣີມ້ຽມໃນລາຄາຈັບຕ້ອງງ່າຍຍິ່ງຂຶ້ນ
Devices

ຣີວິວ Samsung Galaxy A5 (2016) ແລະ Samsung Galaxy A7 (2016) ຍົກລະດັບຄວາມພຣີມ້ຽມໃນລາຄາຈັບຕ້ອງງ່າຍຍິ່ງຂຶ້ນ

9 กุมภาพันธ์ 2016Updated:9 กุมภาพันธ์ 20166 Mins Read

ຣີວິວ Samsung Galaxy A5 (2016) ແລະ Samsung Galaxy A7 (2016) ຍົກລະດັບຄວາມພຣີມ້ຽມໃນລາຄາຈັບຕ້ອງງ່າຍຍິ່ງຂຶ້ນ

อ่านรีวิวภาษาไทย>>รีวิว Samsung Galaxy A5 (2016) และ Samsung Galaxy A7 (2016) ยกระดับความพรีเมี่ยม ในราคาจับต้องง่ายยิ่งขึ้น<<

 

Samsung Galaxy A5 (2016) ແລະ Samsung Galaxy A7 (2016) ເປັນສະມາດໂຟນທີ່ຕ້ອງຂໍຊົມທາງ Samsung ເລີຍເພາະມີລາຄາທີ່ບໍ່ແພງ 13900 ບາດ ແລະ 15900 ບາດແຕີ່ຈັດເຕັມຫລາຍ ໂດຍສະເພາະເລື່ອງການອອກແບບ ແລະ ວັດສະດຸການປະກອບບໍ່ເປັນຮອງລຸ້ນໃຫຍ່ຢ່າງ Samsung Galaxy S6 ເລີຍ ຫລູຫລາ ແລະ ສວຍງາມຫລາຍ ຂອບຫນ້າຈໍບາງ ວັດສະດຸເປັນໂລຫະ ແລະ ກະຈົກໂຄ້ງ 2.5D ທັງດ້ານຫນ້າ ແລະ ດ້ານຫລັງ ສວຍງາມສຸດໆເລີຍ ມາໃນແນວຊົງຫລ່ຽມທີ່ຫລາຍໆຄົນມັກ ເຮັດໃຫ້ບາງຄົນບອກວ່າມັນງາມກວ່າ Samsung Galaxy S6 ອີກ.

Samsung_Galaxy_A5_A7_2016_013

Advertisement
Advertisement
Advertisement

ແຖມຍັງມາພ້ອມກັບ Fingerprint Scanner ແລະ ຮອງຮັບ Dual SIM ພ້ອມກັບເຄືອຂ່າຍ 4G LTE ອີກດ້ວຍ ເປັນສະມາດໂຟນລະດັບກາງຂ້ອນໄປທາງລະດັບສູງທີ່ຫນ້າສົນໃຈທັງຄູ່ເລີຍ ລາຄາຕ່າງກັນພຽງ 2000 ບາດ ແລະ ທັງຄູ່ກໍ່ມີຄວາມຄ້າຍກັນຫລາຍ ຈຶ່ງໄດ້ຈັບມາຣີວິວແບບເປັນຄູ່ໃຫ້ອ່ານກັນເລີຍ ພ້ອມທັງຈະລະບຸຄວາມແຕກຕ່າງຂອງທັງຄູ່ໃຫ້ພິຈາລະນາກັນດ້ວຍ.

12552828_10153989129567590_8048362299523626294_n

ແລະທັງ Samsung Galaxy A5 (2016) ແລະ Samsung Galaxy A7 (2016) ຈະແຖມ Memory Card Samsung EVO+ 32GB MicroSDHC Class 10 UHS-1 ມາໃຫ້ດ້ວຍທັງຄູ່ເລີຍເນາະ.

ສະເປັກຂອງ Samsung Galaxy A5 (2016)

2G GSM 850 / 900 / 1800 / 1900

3G HSDPA 850 / 900 / 1900 / 2100

4G LTE band 1(2100), 3(1800), 5(850), 7(2600), 8(900), 20(800)

Dual SIM

Fingerprint scanner

ຂະຫນາດຕົວເຄື່ອງ 144.8 x 71 x 7.3 ມມ. ນ້ຳຫນັກ 155 ກຣາມ

ຫນ້າຈໍ Super AMOLED ຂະຫນາດ 5.2 ນີ້ວຄວາມລະອຽດ Full HD 1080P 1920 x 1080 pixels (424 ppi) ກະຈົກ Corning Gorilla Glass 4

Android 5.1.1 Lollipop

CPU Samsung Exynos 7580 64 bit Octa-core 1.6 GHz

RAM 2GB

ຫນ່ວຍຄວາມຈຳພາຍໃນ 16GB (ເຫລືອໃຫ້ໃຊ້ງານ 11GB) ສາມາດເພີ່ມຫນ່ວຍຄວາມຈຳພາຍນອກໄດ້ສູງສຸດ 128GB

Wi-Fi 802.11 a/b/g/n, dual-band, WiFi Direct, hotspot

Bluetooth 4.1, A2DP, EDR, LE

Micro USB 2.0

GPS+GLONASS

ເຊັນເຊີ້ accelerometer, proximity, compass

ກ້ອງຄວາມລະອຽດ 13MP, f/1.9, OIS, autofocus, LED flash, Geo-tagging, touch focus, face detection, panorama, HDR

ກ້ອງຫນ້າຄວາມລະອຽດ 5MP, f/1.9

ແບັດເຕີຣີ້ຄວາມຈຸ 2900 mAh

ມີໃຫ້ເລືອກ 3 ສີໄດ້ແກ່ທອງ, ຂາວ, ດຳ

ລາຄາເປີດຕົວ 13900 ບາດ

ສະເປັກຂອງ Samsung Galaxy A7 (2016)

2G GSM 850 / 900 / 1800 / 1900

3G HSDPA 850 / 900 / 1900 / 2100

4G LTE band 1(2100), 3(1800), 5(850), 7(2600), 8(900), 20(800)

Dual SIM

Fingerprint scanner

ຂະຫນາດຕົວເຄື່ອງ 151.5 x 74.1 x 7.3 ມມ. ນ້ຳຫນັກ 172ກຣາມ

ຫນ້າຈໍ Super AMOLED ຂະຫນາດ 5.5 ນີ້ວຄວາມລະອຽດ Full HD 1080P 1920 x 1080 pixels (401 ppi) ກະຈົກ Corning Gorilla Glass 4

Android 5.1.1 Lollipop

CPU Samsung Exynos 7580 64 bit Octa-core 1.6 GHz

RAM 3GB

ຫນ່ວຍຄວາມຈຳພາຍໃນ 16GB (ເຫລືອໃຊ້ງານ 11GB) ສາມາດເພີ່ມຫນ່ວຍຄວາມຈຳພາຍນອກໄດ້ສູງສຸດ 128GB

Wi-Fi 802.11 a/b/g/n, dual-band, WiFi Direct, hotspot

Bluetooth 4.1, A2DP, EDR, LE

Micro USB 2.0

GPS+GLONASS

ເຊັນເຊີ້ accelerometer, proximity, compass

ກ້ອງຄວາມລະອຽດ 13MP, f/1.9, OIS, autofocus, LED flash, Geo-tagging, touch focus, face detection, panorama, HDR

ກ້ອງຫນ້າຄວາມລະອຽດ 5MP, f/1.9

ແບັດເຕີຣີ້ຄວາມຈຸ 3300 mAh

ມີໃຫ້ເລືອກ 3 ສີໄດ້ແກ່ທອງ, ຂາວ, ດຳ

ລາຄາເປີດຕົວ 15900 ບາດ

Samsung_Galaxy_A5_A7_2016_001

Samsung Galaxy A5 (2016) ແລະ Samsung Galaxy A7 (2016) ຢ່າງທີ່ເຫັນ ສວຍງາມສະໃຈເຊື່ອວ່າຕ້ອງເປັນລຸ້ນທີ່ຂາຍດີແນ່ນອນ ເພາະສວຍງາມຫລາຍໆ ແຖມລາຄາຍັງບໍ່ແພງອີກດ້ວຍ ວັດສະດຸຢ່າງທີ່ບອກວ່າພຣີມ້ຽມເປັນກະຈົກ ແລະ ໂລຫະ ຫນ້ຈໍ Super AMOLED ຂະຫນາດ 5.2 ນີ້ວ ແລະ 5.5 ນີ້ວຄວາມລະອຽດ Full HD 1080P ທັງຄູ່ ແລະ ມາພ້ອມກະຈົກ Corning Gorilla Glass 4 ທັງດ້ານຫນ້າ ແລະ ດ້ານຫລັງ (2.5D) ເວົ່າໄດ້ເຕັມປາກເລີຍວ່າຄວາມພຣີມ້ຽມບໍ່ແພ້ລຸ້ນໃຫຍ່ ຂອບຫນ້າຈໍບາງ ແລະ ຫນ້າຈໍກໍ່ສວຍງາມສີສັນສົດໃສ ຄວາມສະຫວ່າງເຮັດໄດ້ດີ ສາມາດໃຊ້ງານກາງແຈ້ງໄດ້ສະບາຍໆ ຈະເສຍດາຍເລັກນ້ອຍກໍ່ບ່ອນທີ່ບໍ່ມີ Notification Light ຫລື ໄຟແຈ້ງເຕືອນມາໃຫ້ ແລະ ທັງຄູ່ປຸ່ມໂຮມຈະເປັນ Fingerprint Scanner.

ຂອບດ້ານຂ້າງຈະເປັນໂລຫະ Design ເຫມືອນກັບ Samsung Galaxy S6 ເລີຍ ຫລູຫລາຫລາຍ (ແລະຫນ້ານ້ອຍໃຈສຳລັບຄົນໃຊ້ລຸ້ນລະດັບທັອບເລັກນ້ອຍໃດນິ…ຫະຫະ) ດ້ານເທິງມີແຖບເສົາສັນຍານ ແລະ ໄມຕັດສຽງລົບກວນ ແລະ ດ້ານຂ້າງຈະມີຊ່ອງໃສ່ຊິມ 2 ສ່ວນດ້ານລຸ່ມກໍ່ມີແຖບເສົາສັນຍານ ແລະ ຊ່ອງຫູຟັງຂະຫນາດ 3.5 ມມ. ແລະ ພອດ Micro USB ຖັດມາເປັນຊ່ອງລຳໂພງສຽງດັງ ແລະ ມ່ວນຫລາຍທັງຄູ່ເລີຍ ແລະ ໄມຕັດສຽງລົບກວນ.

ສວ່ນດ້ານຊ້າຍຈະມີປຸ່ມປັບລະດັບສຽງ ແລະ ດ້ານຂວາຈະມີປຸ່ມພາວເວີ້ ຖັດລົງມາຈະມີຊ່ອງໃສ່ຊິມ 1 ແລະຊ່ອງໃສ່ Micro SD Card ສາມມາດເພີ່ມຫນ່ວຍຄວາມຈຳພາຍນອກໄດ້ສູງສຸດ 128 GB (ຫນ່ວຍຄວາມຈຳພາຍໃນ 16GB ທັງຄູ່)

Samsung Galaxy A5 (2016) ມາພ້ອມກັບແບັດຯຄວາມຈຸ 2900 mAh ສວ່ນທາງ Samsung Galaxy A7 (2016) ມາພ້ອມກັບແບັດຯຄວາມຈຸ 3300 mAh ຈາກການທົດສອບຄວາມທົນຂອງແບັດຯຈະບໍ່ແຕກຕ່າງກັນຫລາຍ ຖືວ່າພໍໆກັນ ແບັດຯຢູ່ໃນລະດັບທົນໃຊ້ໄດ້ທັງຄູ່ ບໍ່ເຖິງກັບທົນຫລາຍແຕ່ໃນການຫລິ້ນ Socials ຫມົດມື້, ຖ່າຍຮູບພໍສົມຄວນໄດ້ຂ້າມວັນທັງຄູ່ແນ່ນອນ.

ຜົນທົດສອບຂອງ Samsung Galaxy A5 (2016)

Screenshot_2016-01-23-01-49-38

ທົດສອບດ້ວຍ Quadrant Standard ໄດ້ຄະແນນ 23333 ຄະແນນ

ທົດສອບດ້ວຍ AnTuTu Benchmark ໄດ້ຄະແນນ 41131 ຄະແນນ

ທົດສອບດ້ວຍ NenaMark2 ເຮັດໄປໄດ້ 59.3 fps

ຮອງຮັບ Multi Touch 5 ຈຸດສົມບູນ

ທົດສອບ GPS ຈັບສັນຍານດາວທຽມໄດ້ໄວດີ

ຜົນທົດສອບຂອງ Samsung Galaxy A7 (2016)

Screenshot_2016-01-23-01-49-50

ທົດສອບດ້ວຍ Quadrant Standard ໄດ້ຄະແນນ 21537 ຄະແນນ

ທົດສອບດ້ວຍ AnTuTu Benchmark ໄດ້ຄະແນນ 40891 ຄະແນນ

ທົດສອບດ້ວຍ NenaMark2 ເຮັດໄປໄດ້ 59.0 fps

ຮອງຮັບ Multi Touch 10 ຈຸດສົມບູນ

ທົດສອບ GPS ຈັບສັນຍານດາວທຽມໄດ້ໄວດີ

เกาะประเด็น:  ข่าวลือล่าสุด! Galaxy Z Fold 7 จะทำลายสถิติความบาง! ด้วยความบางเครื่องเพียง 3.9 มม.

Samsung Galaxy A5 (2016) & Samsung Galaxy A7 (2016) ມາພ້ອມກັບແອນດຣອຍ 5.1.1 Lollipop ປັບແຕ່ງທັບດ້ວຍ TouchWiz UI ເຫມືອນກັບລຸ້ນໃຫຍ່ ຄວາມໄວ ແລະ ຄວາມລ່ຽນໄຫລເຮັດໄດ້ດີຫລາຍ ສາມາດປັບຂະຫນາດໄອຄອນຂອງແອັບຯໄດ້ເຖິງ 3 ຮູບແບບ ໄດ້ແກ່ 4×4, 4×5 ແລະ 5×5 ສາມາດປັບໄດ້ຕາມຕ້ອງການເລີຍ ຄວາມຈິງ TouchWiz UI ໃນຕອນນີ້ມີການປັບປຸງໄດ້ດີກວ່າແຕ່ກ່ອນຫລາຍ ລຽບງ່າຍ ສວຍງາມ ວ່ອງໄວ ແລະ ລ່ຽນໄຫລຂຶ້ນກວ່າເກົ່າ.

Briefing ຈະຢູ່ດ້ານທ້າຍສຸດ ເຮົາສາມາດເປີດປິດໄດ້ ສ່ວນຕົວແນະນຳວ່າປິດໄວ້ຈະດີກວ່າ ເພາະມັນຈະຊ່ວຍໃຫ້ການໃຊ້ງານລ່ຽນໄຫລກວ່າເກົ່າ ສ່ວນຫລາຍຄົນຈົ່ມກັນກໍ່ຫນ້າຈະມາຈາກການທີ່ບໍ່ເລືອກປິດ Briefing ນີ້ລະ ເຊິ່ງສຳລັບຟັງຊັ່ນນີ້ມັນກໍ່ຄື Flipboard ນັ້ນເອງ ເສຍດາຍທີ່ບໍ່ຮອງຮັບການເລືອກສື່ຈາກບ້ານເຮົາ ໄຜທີ່ນິຍົມອ່ານບົດຄວາມຕ່າງປະເທດຈະໄດ້ປະໂຫຍດຈາກຟັງຊັ່ນນີ້ຫລາຍ ເຊິ່ງຫນ້າແປກໃຈວ່າເປັນຫຍັງ Samsung ຍັງບໍ່ແກ້ໄຂໃນເລື່ອງນີ້ ຫລື ວ່າຄວາມຈິງບໍ່ຄ່ອຍມີຄົນນິຍົມໃຊ້ກັນບໍ່?

TouchWiz UI ຮູບແບບໃຫມ່ສາມາດປ່ຽນ Themes ໄດ້ ແຖມຍັງດາວໂຫລດມາເພິ່ມໄດ້ອີກດ້ວຍ ມີຕີມຈາກ Samsung ແລະ ຜູ່ພັດທະນາອື່ນໆມາໃຫ້ເລືອກດາວໂຫລດກັນຫລາກຫລາຍ ມີທັງແຈກຟຣີ ແລະ ທີ່ຕ້ອງໄດ້ເສຍເງີນກໍ່ມີ ແລະ ຫາກໄຜສົນໃຈຕີມທີ່ຕ້ອງເສຍເງິນຊື້ກໍ່ມີລະບົບທົດສອບທົດລອງໃຊ້ງານຟຣີມາໃຫ້ ໂດຍເຮົາສາມາດໃຊ້ງານຕີມນັ້ນຟຣີ 5 ນາທີຖ້າບໍ່ມັກກໍ່ບໍ່ຕ້ອງຊື້ ຖ້າຖືກໃຈຈຶ່ງຄ່ອຍອຸດຫນຸນກັນເນາະ ເຊິ່ງມັນກໍ່ແຟດີ ແລະ ຫນ້າຕາຂອງລະບົບກໍ່ສວຍງາມຫລາຍ ພັດທະນາກັນຢ່າງຈິງຈັງຫລາຍແລ້ວ ມີຕີມງາມໆເຕັມໄປຫມົດ ແລະ ຂອງຟຣີກໍ່ມີໃຫ້ເລືອກໃຊ້ຫລາຍຢູ່.

ດຽວນີ້ TouchWiz UI ລຽບງ່າຍຫລາຍຂື້ນ ບໍ່ມີລູກຫລີ້ນອະພິນິຫານຢ່າງທີ່ເຄີຍໃສ່ມາຈົນເຕັມໄປຫມົດແລ້ວ ບາງຄົນກໍ່ເສຍດາຍ ບາງຄົນກໍ່ມັກແບບນີ້ ເຊິ່ງກໍ່ອາດຈະເປັນເລື່ອງທີ່ດີ ເພາະເບົາຂື້ນ ເຮັດໃຫ້ການໃຊ້ງານລ່ຽນໄຫລກວ່າເກົ່າ ແລະ ມີຂະຫນາດນ້ອຍລົງບໍ່ເປືອງພື້ນທີ່ຫນວ່ຍຄວາມຈຳພາຍໃ

Easy Mode ປັບປຸງມາຫນ້າໃຊ້ດີ ຈະຊ່ວຍໃຫ້ຫນ້າຕາແອນດຣອຍປົກະຕິກາຍເປັນຫນ້າຕາແບບ Feature Phone ແຕ່ກໍ່ຍັງສາມາດໃຊ້ງານແອັບຯຕ່າງໆໄດ້ຢ່າງສະດວກ;

Pop Up Screens ເຮົາສາມາດເປີດ ແລະ ຫຍໍ້ແອັບຯຕ່າງໆເປັນຫນ້າຕ່າງນ້ອຍໆ ຫລື ໄອຄອນເພື່ອເລື່ອນສະຫລັບການໃຊ້ງານໄປມາໄດ້ຫລາຍຫນ້າຈໍພ້ອມກັນ ເຖິງຈະເປັນຟັງຊັ່ນທີ່ກິນຊັບພະຍາກອນແບບນີ້ແຕ່ໃນ Samsung Galaxy A5 (2016) ແລະ Samsung Galaxy A7 (2016) ກໍ່ສາມາດໃຊ້ງານໄດ້ຢ່າງລ່ຽນໄຫລທັງຄູ່ເລີຍ. Samsung ສາມາດຫຍໍ້ຫນ້າຈໍທີ່ເຮົາໃຊ້ຢູ່ໃຫ້ກາຍມາເປັນຄຳສັ່ງ Multi Windows ໄດ້ໂດຍການລາກນີ້ວຈາກມຸມຫນ້າຈໍລົງມາເທົ່ານັ້ນ ປັບປຸງໃຫ້ໃຊ້ງານງ່າຍກວ່າເກົ່າຫລາຍ.

Smart Manager ຈະລວມການຕັງຄ່າຈັດການສຳຄັນໆໃນເຄື່ອງເອົາໄວ້ດ້ວຍກັນ, ຫນ້າຕາລຽບງ່າຍ, ຫນ້າໃຊ້ ຈະມີການຈັດການແບັດຯ, ຫນ່ວຍຄວາມຈຳພາຍໃນ, ແຣມ ແລະ ຟັງຊັ່ນທີ່ທາງ Samsung ເຄີຍຊູເປັນຈຸດຂາຍຢ່າງ Knox ສຳລັບລະດັບອົງກອນ Samsung KNOX ອອກແບບມາດີ ເພື່ອຄວາມປອດໄພຂອງຂໍ້ມູນສ່ວນຕົວເປັນສຳຄັນ ຄວາມຈິງໂຕ UI ໃນໂຫມດ Samsung KNOX ກໍ່ສວຍງາມ ແລະ ຫນ້າໃຊ້ດີ ສ່ວນຖ້າເບິ່ງຄວາມຈຳເປັນ ສຳລັບຜູ່ໃຊ້ງານທົ່ວໄປ ຄິດວ່າບາງຄົນຫນ້າຈະມັກ ໂດຍສະເພາະພວກຄວາມລັບຫລາຍ ເພາະຖ້າບໍ່ຮູ້ລະຫັດຜ່ານ ຂໍ້ມູນສຳຄັນຂອງເຮົາຈະບໍ່ມີທາງຫລຸດອອກມາເລີຍ ເພາະໂຫມດ Samsung KNOX ແລະ ໂຫມດປົກະຕິນັ້ນແຍກອອກຈາກກັນໂດຍສົມບູນ.

Galaxy Apps ເເເປັນນນແອັບຯ Market ຂອງທາງ Samsung ເຊິ່ງຈລວບລວມແອັບຯຂອງ Samsung ເອົາໄວ້ໃນນັ້ນໃຫ້ເຮົາເຂົ້າໄປເລືອກດາວໂຫລດມາໃຊ້ເປັນພິເສດ ແລະ ມີແອັບຯທີ່ທາງ Samsung ຄັດເລືອກຢູ່ໃນນັ້ນດ້ວຍ ມີທັງແອັບຯຟຣີ ແລະ ເສຍເງີນ ຫນ້າສົນໃຈຫລາຍ.

S Health ມີການພັດທະນາໃຫ້ດີຍິ່ງຂື້ນເພິ່ມລາຍລະອຽດໃນຊີວິດປະຈຳວັນ ແລະ ກິດຈະກຳການອອກກຳລັງກາຍທີ່ຫລາກຫລາຍຍິ່ງຂຶ້ນ ຄວບຄຸມນ້ຳຫນັກ ແລະ ອັດຕາການເຕັ້ນຂອງຫົວໃຈ ວັດແທກຄວາມອິ່ມຕົວຂອງອົກຊີແຊນ ແລະວັດຄວາມຕຶງຄຽດຄຳນວນການດື່ມນ້ຳໃນຊີວິດປະຈຳວັນ ແລະ ຮອງຮັບການໃຊ້ງານຮ່ວມກັບອຸປະກອນເສີມ (ທັງຂອງ Samsung ເອງ ແລະຕ່າງແບຣນ)

Galaxy Gift ເຊິ່ງຈະລວມສິດທິປະໂຫຍດຫລາກຫລາຍສຳລັບຜູ່ໃຊ້ Samsung Galaxy ໂດຍສເພາະເອົາໄວ້ຢ່າງຈຸໃຈ.

FingerPrint Sensor ໃຊ້ວິທີແຕະທີ່ເຊັນເຊີ້ຄືກັບລຸ້ນໃຫຍ່ ຄວາມຖືກຕ້ອງເຮັດໄດ້ດີຫລາຍຮອງຮັບ 3 ລາຍນີ້ວມື ໃຊ້ງານຮ່ວມກັບ Web Sign-in ແລະ ປົດລັອກຫນ້າຈໍ.

ຮອງຮັບ File ຄວາມລະອຽດ Full HD 1080P ໄດ້ຢ່າງລ່ຽນໄຫລ ແລະ ມີລູກຫລິ້ນ Popup Play ນັ້ນກໍ່ຄືການຫຍໍ້ຂະຫນາດຫນ້າຈໍລົງ ເຊິ່ງຈະຊ່ວຍໃຫ້ເຮົາເຮັດກິດຈະກຳອື່ນໄປໄດ້ດ້ວຍໃນຂະນະຮັບຊົມຄລິ້ບວີດີໂອ.

ເຄື່ອງຫລິ້ນເພງຂອງ Samsung ມາພ້ອມກັບຟັງຊັ່ນ SoundAlive+ ແລະ Tube Amp ສາມາດປັບແຕ່ງ Equalizer ໄດ້ດ້ວຍຕົວເອງ ແລະ ທີ່ມັກທີ່ສຸດຄື Adapt Sound ສາມາດປັບແຕ່ງສຽງດ້ວຍຫູຂອງເຮົາເອງໄດ້ ຄຸນນະພາບສຽງເຮັດໄດ້ດີຫລາຍທັງຄູ່ເລຍສຳລັບ Samsung Galaxy A5 (2016) ແລະ Samsung Galaxy A7 (2016) ແລະ ຍັງມີວິທະຍຸນຳອີກ (ລຸ້ນໃຫຍ່ໆຫລັງໆຕັດອອກຕະຫລອດເລີຍ ບໍ່ຮູ້ວ່າເປັນຫຍັງ) ສາມາດບັນທຶກສຽງເອົາໄວ້ຟັງພາຍຫລັງໄດ້ອີກດ້ວຍ.

ທົດສອບດ້ວຍເກມຢ່າງ Need For Speed: Most Wanted ແລະ Leo’s Fortune ເຮັດໄດ້ດີຫລາຍ ຫລິ້ນເກມໄດ້ຢ່າງລ່ຽນໄຫລ ບໍ່ມີກະຕຸກເລີຍທັງຄູ່.

Samsung Galaxy A5 (2016) ແລະ Samsung Galaxy A7 (2016) ມາພ້ອມກັບກ້ອງຄວາມລະອຽດ 13MP f/1.9 ລະບົບກັນສັ່ນ OIS ແລະ ກ້ອງຫນ້າຄວາມລະອຽດ 5MP, f/1.9 ເເເທົ່າກັນທັງຄູ່, ຄຸນະພາບຂອງຮູບຖ່າຍກໍ່ພໍໆກັນເລີຍ ຄຸນນະພາບດີ ຈັບໂຟກັສໄວ ແລະ ຄົມດີ ລະບົບ White Balance ກໍສະຫລາດຫລາຍ ຖ່າຍພາບໃນສະພາບແສງຍາກໆໄດ້ດີ ສວຍງາມ ເປັນກ້ອງທີ່ຫນ້າໄວ້ວາງໃຈໄດ້ທັງຄູ່.

ແຕ່ອາດຈະເປັນທີ່ Software ເພາະ Samsung Galaxy A5 (2016) ຈັບໂຟກັສຊ້າກວ່າ ແລະ ຄວາມໄວຊັດເຕີ້ຊ້າກວ່າ Samsung Galaxy A7 (2016) ຊັດເຈນຈົນຮູ້ສຶກໄດ້ ອັນນີ້ກໍ່ຕ້ອງຝາກໃຫ້ Samsung ນຳໄປປັບປຸງອີກເລັກນ້ອຍເນາະ ສຳລັບ Samsung Galaxy A5 (2016)

ແລະໃນສ່ວນກ້ອງຫນ້າຖືວ່າໂອເຄທັງຄູ່ ເຮັດໄດ້ດີຫລາຍ ເຖິງວ່າຈະເບິ່ງບໍ່ຄ່ອຍເປັນທຳມະຊາດເທົ່າໃດ ແຕ່ກໍ່ຫນ້າພໍໃຈຢູ່ ແລະ ແນ່ນອນລຸ້ນນີ້ມີຄຳສັ່ງຖ່າຍພາບດ້ວຍສຽງມາໃຫ້ໃຊ້ກັນດ້ວຍ ຕອນທຳອິດມັນຈະປິດໃຊ້ຢູ່ ສາມາດໄປເປີດໃຊ້ງານກັນໄດ້ໃນການຕັ້ງຄ່າກ້ອງ

ແລະຟັງຊັ່ນກ້ອງຂອງ Samsung ກໍ່ຕ້ອງບອກວ່າຈັດມາເຕັມຫລາຍ ສາມາດໄປດາວໂຫລດມາໃຊ້ງານເພີ່ມກັນອີກໄດ້ດ້ວຍ ແຕ່ຕ້ອງບອກວ່າມັນມີມາໃຫ້ນ້ອຍກວ່າລຸ້ນລະດັບສູງ ຢ່າງທີ່ວ່າກັນມັນກໍ່ຕ້ອງມີຊ່ອງວ່າງຕາມລາຄາ ແລະ ຍັງມີໂຫມດໂປຣຄືກັບລຸ້ນໃຫຍ່ມາໃຫ້ດ້ວຍ ແຕ່ປັບໄດ້ພຽງແຕ່ White Balance, ISO ແລະ Exposure ເທົ່ານັ້ນ ເຮົາມາຊົມຕົວຢ່າງພາບຖ່າຍຂອງ Samsung Galaxy A5 (2016) ແລະ Samsung Galaxy A7 (2016) ກັນເລີຍດີກວ່າ ທຸກພາບເປັນຂະຫນາດຟາຍຕົ້ນສະບັບ 100% ເດີ້… ບໍ່ມີການປັບແຕ່ງ ແລະ ຫຍໍ້ຂະຫນາດໃດໆ ສາມາດາວໂຫລດເອົາໄວ້ເບິ່ງລາຍລະອຽດ ແລະ ຄຸນນະພາບຂອງຮູບຖ່າຍກັນໄດ້ເລີຍ.

ຕົວຢ່າງພາບຖ່າຍຈາກ Samsung Galaxy A5 (2016)

 

20160123_145451

ຕົວຢ່າງພາບຖ່າຍຈາກ Samsung Galaxy A7 (2016)

20160123_145154

ຂໍ້ດີຂອງ Samsung Galaxy A5 (2016) ແລະ Samsung Galaxy A7 (2016)

  1. ຕົວເຄື່ອງຫລູຫລາ ແລະ ພຣີມ້ຽມບໍ່ແພ້ລຸ້ນລະດັບໃຫຍ່ກັນເລີຍ
  2. ຮອງຮັງການໃຊ້ງານ 2 ຊິມ ແລະ ຮອງຮັບ 4G LTE
  3. ສະເປັກດີຫນ້າໃຊ້ ຄວາມໄວ ແລະ ຄວາມລ່ຽນໄຫລເຮັດໄດ້ດີຫລາຍ.
  4. ຫນ້າຈໍ Super AMOLED ຄວາມລະອຽດ Full HD 1080P ແລະ ກະຈົກ Corning Gorilla Glass4 (2.5D) ທັງດ້ານຫນ້າ ແລະ ຫລັງ.
  5. ມາພ້ອມກັບ Fingerprint Scanner
  6. ກ້ອງຄຸນນະພາບດີທັງຄູ່
  7. ແບັດຯທົນໃຊ້ໄດ້ທັງຄູ່
  8. ແຖມເມັມມໍຣີກາດ Samsung EVO+ 32GB MicroSDHC Class 10 UHS-1 ມາໃຫ້ດ້ວຍທັງຄູ່

ຂໍ້ດ້ອຍຂອງ Samsung Galaxy A5 (2016) ແລະ Samsung Galaxy A7 (2016)

  1. ກ້ອງຂອງ Samsung Galaxy A5 (2016) ຈັບໂຟກັສຊ້າກວ່າ ແລະ ຄວາມໄວຊັດເຕີ້ຊ້າກວ່າ Samsung Galaxy A7 (2016)
  2. ຕົວເຮືອນປະກອບດ້ວຍກະຈົກ ແລະ ໂລຫະ ເຮັດໃຫ້ເປື້ອນຄາບມັນ ແລະ ເປັນຮອຍນີ້ວມືໄດ້ງ່າຍ
  3. ບໍ່ສາມາດຖອດປ່ຽນແບັດຯໄດ້ເອງ.

Samsung_Galaxy_A5_A7_2016_002

ສຳລັບຄວາມແຕກຕ່າງລະຫວ່າງ Samsung Galaxy A5 (2016) ແລະ Samsung Galaxy A7 (2016) ນັ້ນຈະມີດັ່ງຕໍ່ໄປນີ້.

  1. Samsung Galaxy A5 (2016) ມີຂະຫນາດຫນ້າຈໍ 5.2 ນີ້ວສ່ວນ Samsung Galaxy A7 (2016) ມີຂະຫນາດຫນ້າຈໍ 5.5 ນີ້ວ
  2. Samsung Galaxy A5 (2016) ຈັດແຣມມາໃຫ້ 2GB ສ່ວນ Samsung Galaxy A7 (2016) ຈັດແຣມມາໃຫ້ 3GB
  3. Samsung Galaxy A5 (2016) ແບັດຯຄວາມຈຸ 2900 mAh ສ່ວນ Samsung Galaxy A7 (2016) ແບັດຯຄວາມຈຸ 3300 mAh
  4. Samsung Galaxy A5 (2016) ກ້ອງຈັບໂຟກັສຊ້າກວ່າ ແລະ ຄວາມໄວຊັດເຕີ້ຊ້າກວ່າ Samsung Galaxy A7 (2016) ຊັດເຈນ

ກໍ່ມີພຽງ 4 ຂໍ້ນີ້ທີ່ເປັນຄວາມແຕກຕ່າງລະຫວ່າງ Samsung Galaxy A5 (2016) ແລະ Samsung Galaxy A7 (2016) ສຳລັງທັງສອງລຸ້ນນີ້ຄວາມຈິງຂະຫນາດກໍ່ຕ່າງກັນບໍ່ຫລາຍ ເປັນຂະຫນາດທີ່ຢູ່ໃນຊ່ວງຫນ້າໃຊ້ງານທັງຄູ່ ຫນ້າຈໍໃຫຍ່ໃນຂະຫນາດທີ່ພົກພາສະດວກ ແລະ ເປັນລຸ້ນລະດັບກາງຂ້ອນຂ້າງທີ່ຈະພຣີມ້ຽມ ສຳລັບ Samsung ມາໃນຄັ້ງນີ້ມັນຄືທີເດັດກໍ່ວ່າໄດ້ ຫນ້າຈະເປັນລຸ້ນຂາຍດີ ມອບປະສົບການການໃຊ້ທີ່ດີເລີຍແຫລະ!!

 

 

A7 galaxy galaxy a Galaxy A series Galaxy A5 Galaxy A7 Review Samsung‬ Samsung A5 Samsung Galaxy Samsung Galaxy A5 (2016) & Samsung Galaxy A7 (2016)
Google News YouTube
Share. Facebook Twitter LinkedIn Email Copy Link
Avatar photo
Appdisqus Team
  • Website
  • Facebook
  • X (Twitter)
  • Instagram
  • LinkedIn

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Advertisement
Advertisement

Related Posts

Android

Galaxy S25 Edge จะมาพร้อมกระจกกันรอยใหม่ Corning Gorilla Glass Ceramic 2 เป็นรุ่นแรกของโลก

9 พฤษภาคม 2025
Android

ตัวบาง กล้องโหด! Samsung Galaxy S25 Edge เตรียมเปิดตัว 13 พ.ค. พร้อมกล้อง 200MP

8 พฤษภาคม 2025
Android

ข่าวลือล่าสุด! Galaxy Z Fold 7 จะทำลายสถิติความบาง! ด้วยความบางเครื่องเพียง 3.9 มม.

7 พฤษภาคม 2025
Android

Galaxy Z Flip 7 FE ข้อมูลหลุดใหม่ไม่ว้าว! สเปกซ้ำกับ Z Flip 6

7 พฤษภาคม 2025
News

หลุดข้อมูล Samsung Galaxy S25 Edge สมาร์ตโฟนบางเฉียบ 5.84 มม. กับกล้อง 200MP

5 พฤษภาคม 2025
8.5
Devices

รีวิว Infinix Note 50 Pro+ 5G+ สมาร์ตโฟนสุดคุ้ม สเปคแรง! ชาร์จไว 100W กล้อง 50MP OIS ซูม 100X

1 พฤษภาคม 2025
What Score?
8.5
Devices

รีวิว Infinix Note 50 Pro+ 5G+ สมาร์ตโฟนสุดคุ้ม สเปคแรง! ชาร์จไว 100W กล้อง 50MP OIS ซูม 100X

By Noppinij1 พฤษภาคม 2025252 Views
7.7
Devices

รีวิว vivo V50 Lite และ vivo Watch GT สมาร์ตโฟน+สมาร์ตวอทช์ “คู่หูแบตอึด” บางเบา จอคมชัด จัดเต็มเกินราคา

By Noppinij22 เมษายน 2025221 Views
8.9
Devices

รีวิว OPPO Find N5 สมาร์ตโฟนจอพับบางที่สุดในโลก แข็งแรง เทคโนโลยีล้ำ! พร้อมสำหรับการทำงาน และกล้องระดับโปร

By Noppinij8 เมษายน 2025295 Views
7.2
Devices

รีวิว vivo Y39 5G จัดเต็ม เครื่องสวยสายลุย! “เอาอยู่ ทุกความท้าทาย”

By Noppinij3 เมษายน 2025

On AppDisqus Channel

รีวิว Alldocube iPlay60 Pad Pro แท็บเล็ตลูกครึ่งโน๊ตบุ๊ค หน้าจอ 12.1 นิ้ว แบต 10000mAh สเปกคุ้มๆ ราคาไม่ถึงเก้าพัน

Follow Us
  • Facebook
  • Twitter
  • YouTube
  • TikTok
Latest
Xbox & PC World

เปิดตัวแล้ว! Five Night At Freddy X Dead By Daylight ฆาตกรใหม่ แมพใหม่!

By Teethasade Isarankura Na Ayudhaya10 พฤษภาคม 2025

ผู้ใช้ Steam เรียกร้องปุ่ม “อัปเดตทั้งหมด” เพื่อความสะดวกในการจัดการเกม

10 พฤษภาคม 2025

Helio ไปต่อ! MediaTeK เปิดตัว Helio G200: รีแบรนด์ G100 พร้อมแต่งหน้าใหม่เล็กน้อย

10 พฤษภาคม 2025

Huawei เปิดตัวโน้ตบุ๊ก HarmonyOS แทน Windows อย่างเป็นทางการ

10 พฤษภาคม 2025

Galaxy S25 Edge จะมาพร้อมกระจกกันรอยใหม่ Corning Gorilla Glass Ceramic 2 เป็นรุ่นแรกของโลก

9 พฤษภาคม 2025
เรื่องที่เกี่ยวข้อง
Xbox & PC World

เปิดตัวแล้ว! Five Night At Freddy X Dead By Daylight ฆาตกรใหม่ แมพใหม่!

10 พฤษภาคม 2025
Xbox & PC World

ผู้ใช้ Steam เรียกร้องปุ่ม “อัปเดตทั้งหมด” เพื่อความสะดวกในการจัดการเกม

10 พฤษภาคม 2025
Android

Helio ไปต่อ! MediaTeK เปิดตัว Helio G200: รีแบรนด์ G100 พร้อมแต่งหน้าใหม่เล็กน้อย

10 พฤษภาคม 2025
WINDOWS

Huawei เปิดตัวโน้ตบุ๊ก HarmonyOS แทน Windows อย่างเป็นทางการ

10 พฤษภาคม 2025
แอพดิสคัส
Facebook X (Twitter) Instagram YouTube TikTok
  • Home
  • ติดต่อโฆษณา
  • Cookies Policy & Settings
© 2025 APPDISQUS.COM APPDISQUS : A Source You Can Trust.

Type above and press Enter to search. Press Esc to cancel.

เราใช้คุกกี้เพื่อพัฒนาประสิทธิภาพ และประสบการณ์ที่ดีในการใช้เว็บไซต์ของคุณ ดูเพิ่มเติมที่ นโยบายความเป็นส่วนตัว
ตั้งค่าคุกกี้อนุญาตทั้งหมด
ตั้งค่าความยินยอม

Privacy Overview

AppDisqus.com ใช้คุกกี้เพื่อพัฒนาประสบการณ์การใช้งานในขณะที่คุณกำลังอ่านและรับชมคอนเทนต์ต่างๆ ผ่านทางหน้าเว็บไซต์ โดยในบรรดาคุกกี้เหล่านี้ คุกกี้ประเภทข้อมูลที่จำเป็นนั้นจะถูกจัดเก็บเอาไว้บนอุปกรณ์ส่วนตัวของคุณเองที่ใช้สำหรับการเข้าชมเว็บไซต์เนื่องด้วยเหตุผลที่ว่าคุกกี้เหล่านี้เป็นคุกกี้ที่จำเป็นเพื่อให้เว็บไซต์สามารถทำงานได้อย่างถูกต้องและสมบูรณ์ นอกจากนี้เรายังใช้คุกกี้บุคคลที่สามเพื่อให้เราสามารถวิเคราะห์และเข้าใจการใช้งานเว็บไซต์ AppDisqus.com ของคุณมากยิ่งขึ้น โดยคุกกี้เหล่านี้จะถูกจัดเก็บเอาไว้บนอุปกรณ์ของคุณเท่านั้น และจะจัดเก็บได้ก็ต่อเมื่อคุณได้การอนุญาต ทั้งนี้คุณสามารถจัดการกับการตั้งค่าคุกกี้ของคุณได้เสมอผ่านทางเมนูการตั้งค่านี้

อย่างไรก็ตาม การปิดการใช้งานคุกกี้บางประเภทอาจทำให้เว็บไซต์ไม่สามารถทำงานได้อย่างสมบูรณ์ ส่งผลต่อประสบการณ์การใช้งานของคุณได้
ข้อมูลจำเป็น
Always Enabled
คุกกี้บางประเภทนั้นจำเป็นที่จะต้องนำมาใช้งานเพื่อทำให้เว็บไซต์สามารถมอบประสบการณ์การใช้งานที่ครบฟังก์ชั่นกับผู้ใช้งานได้ โดยคุกกี้ประเภทนี้จะช่วยให้เราคงเซ็สชั่นการเข้าถึงเว็บไซต์ของคุณเอาไว้ ตลอดจนป้องกันสิ่งต่างๆ ที่มีผลต่อความปลอดภัยในการใช้งานเว็บไซต์ AppDisqus.com ทั้งนี้ คุกกี้ประเภทนี้จะไม่มีการเก็บรวบรวมข้อมูลส่วนบุคคลของผู้ใช้งานแต่อย่างใด ยกตัวอย่างเช่น คุกกี้ประเภทนี้จะใช้เพื่อให้คุณสามารถเข้าสู่ระบบและคงสถานะการเข้าระบบของคุณบนเว็บเว็บไซต์เราเอาไว้ได้นั่นเอง
CookieDurationDescription
AWSALBCORS7 daysAmazon Web Services ใข้คุกกี้นี้เพื่อเป็นการใช้งานฟังก์ชั่น load balancing หรือการกระจายโหลดเซิร์ฟเวอร์
cf_use_obpastCloudflare ใช้คุกกี้นี้เพื่อการเพิ่มประสิทธิภาพความรวดเร็วในการโหลดหน้าเว็บไซต์ เพื่อประสบการณ์การใช้งานของผู้เข้าชม
cookielawinfo-checkbox-analytics11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ข้อมูลสถิติ"
cookielawinfo-checkbox-functional11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ฟังก์ชั่นการทำงาน"
cookielawinfo-checkbox-necessary11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "จำเป็น"
cookielawinfo-checkbox-others11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "อื่นๆ"
cookielawinfo-checkbox-performance11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ประสิทธิภาพ"
JSESSIONIDsessionคุกกี้ JSESSIONID ถูกใช้โดย New Relic เพื่อเป็นการเก็บไอดีจำเพราะในการเข้าใช้งานของผู้ใช้งานเพื่อให้ New Relic สามารถติดตามและตรวจนับเซ็ตชั่นการเข้าใช้งานเว็บไซต์ได้
viewed_cookie_policy11 monthsคุกกี้นี้ใช้เพื่อเป็นการเก็บความยินยอมในการอนุญาตให้จัดเก็บและใช้งานคุกกี้ของผู้ใช้งาน โดยไม่มีการจัดเก็บข้อมูลส่วนตัวใดๆ ของผู้ใช้งานแม้แต่น้อย
ข้อมูลเพื่อฟังก์ชั่นการทำงาน
คุกกี้ประเภทนี้จะเก็บข้อมูลเพื่อฟังก์ชั่นการทำงานที่อาจไม่ได้จำเป็นที่สุดบนหน้าเว็บไซต์ AppDisqus.com ยกตัวอย่างเช่นฟังก์ชั่นการฝังสื่อประเภทวิดีโอและปุ่มการแชร์บทความไปยังโซเชียลมีเดียต่างๆ บนเว็บไซต์เป็นต้น
ข้อมูลประสิทธิภาพ
คุกกี้ประสิทธิภาพใช้เพื่อวิเคราะห์ความเข้าใจในประสบการณ์การทำงานของเว็บไซต์ต่อผู้ใช้งาน เพื่อให้เราสามารถปรับปรุงเว็บไซต์ให้มีความเหมาะสมต่อการใช้งานมากยิ่งขึ้น
ข้อมูลสถิติ
คุกกี้ประเภทนี้จะจัดเก็บข้อมูลประเภทสถิติ เช่นตัวเลขผู้เข้าชมเว็บไซต์ ตัวเลข UIP หรือผู้ใช้งานที่นับต่อ IP ข้อมูลหน้าเว็บไซต์ที่ถูกเข้าถึงบ่อยที่สุด ข้อมูลแหล่งที่มาของการเข้าถึง และอื่นๆ ในลักษณะเดียวกัน โดยข้อมูลเหล่านี้จะช่วยให้เราสามารถเข้าใจและวิเคราะห์ประสิทธิภาพของเว็บไซต์เราได้ดียิ่งขึ้น ตลอดจนชี้ให้เห็นว่าเราควรปรับปรุงในเรื่องใดเพื่อประสบการณ์ที่ดีขึ้นของผู้ใช้งาน
CookieDurationDescription
_ga_CE4TLMWX4S2 yearsคุกกี้ถูกติดตั้งโดย Google Analytics เพื่อเป็นการเก็บข้อมูลจำนวนผู้เข้าชมเว็บไซต์
_gid1 dayติดตั้งโดย Google Analytics โดย คุกกี้ _gid นี้ใช้สำหรับการเก็บข้อมูลการใช้งานเว็บไซต์ของผู้เข้าชม ในขณะเดียวกันก็ยังใช้ในการจัดทำสถิติสำหรับการวิเคราะห์ข้อมูลประสิทธิภาพของเว็บไซต์ด้วย โดยข้อมูลที่เก็บนั้นยกตัวอย่างเช่นจำนวนผู้เข้าชม แหล่งที่มา และหน้าที่ผู้เข้าชมเปิดอ่านโดยไม่เปิดเผยตัวตนของผู้เข้าชม
ข้อมูลเพื่อการโฆษณา
คุกกี้ประเภทโฆษณาจะช่วยให้เราสามารถเผยแพร่โฆษณาที่เหมาะสมและตรงกับความต้องการของผู้เข้าชมเว็บไซต์มากยิ่งขึ้น โดยคุกกี้ประเภทนี้จะติดตามการใช้งานในเว็บไซต์ AppDisqus เท่านั้นเพื่อการเผยแพร่โฆษณาได้อย่างตรงความต้องการของผู้ใช้งานต่อไป
CookieDurationDescription
IDE1 year 24 daysคุกกี้จาก Google DoubleClick IDE นี้ติดตั้งโดย Google เพื่อเก็บข้อมูลการใช้งานของผู้เข้าชมเว็บไซต์เพื่อกำหนดมาตรฐานในการเลือกโฆษณาที่ตรงความต้องการของผู้ใช้งานมาแสดงบนหน้าเว็บไซต์
test_cookie15 minutesคุกกี้นี้ถูกติดตั้งโดย Doubleclick.net (Google) เพื่อเป็นการตรวจสอบว่าบราวเซอร์ที่ผู้เข้าชมเว็บไซต์ใช้งานอยู่รองรับคุกกี้หรือไม่
VISITOR_INFO1_LIVE5 months 27 daysคุกกี้นี้ถูกใช้งานโดย Youtube เพื่อตรวจสอบแบนด์วิดธ์ที่ผู้ใช้งานใช้ในการเปิดดูวิดีโอ เพื่อเป็นการระบุเวอร์ชั่นของตัวเล่นวิดีโอว่าเป็นเวอร์ชั่นใหม่หรือเก่า
YSCsessionคุกกี้ YSC ถูกติดตั้งและใช้งานโดย Youtube โดยใช้เพื่อเป็นการดึงเอาข้อมูลวิดีโอจากเว็บไซต์ Youtube ขึ้นมาแสดงในหน้าที่ดึงเอาวิดีโอนั้นๆ มาแสดง
yt-remote-connected-devicesneverYoutube ติดตั้งคุกกี้นี้เพื่อเป็นการเก็บข้อมูลการตั้งค่าการเล่นวิดีโอของ Youtube บนเว็บไซต์นี้เพื่อใช้ในการมอบประสบการณ์ที่ดีที่สุดให้กับผู้เข้าชมเว็บไซต์
yt-remote-device-idneverYoutube ติดตั้งคุกกี้นี้เพื่อเป็นการเก็บข้อมูลการตั้งค่าการเล่นวิดีโอของ Youtube บนเว็บไซต์นี้เพื่อใช้ในการมอบประสบการณ์ที่ดีที่สุดให้กับผู้เข้าชมเว็บไซต์
yt.innertube::nextIdneverคุกกี้จาก Youtube ประเภทนี้ใช้สำหรับการสร้างเลขไอดีจำเพาะเพื่อเก็บข้อมูลของวิดีโอที่ผู้เข้าชมเพิ่งรับชมไปในเว็บไซต์นี้
yt.innertube::requestsneverคุกกี้จาก Youtube ประเภทนี้ใช้สำหรับการสร้างเลขไอดีจำเพาะเพื่อเก็บข้อมูลของวิดีโอที่ผู้เข้าชมเพิ่งรับชมไปในเว็บไซต์นี้
ข้อมูลอื่นๆ
คุกกี้ประเภทอื่นๆ ที่ไม่ได้มีการระบุหมวดหมู่ประเภทเอาไว้ แต่อาจมีผลต่อประสบการณ์การใช้งานเว็บไซต์
SAVE & ACCEPT
Powered by CookieYes Logo